film-sfusion

ຖໍ້ານໍ້າລອດເຊບັ້ງໄຟ khammouane laos

 

ຖໍ້ານໍ້າລອດເຊບັ້ງໄຟເປັນຖໍ້າແມ່ນໍ້າລອດຜ່ານທີ່ໃຫ່ຍທີ່ສຸດໃນປະເທດລາວ ແລະ ຂອງໂລກ ກາຍເປັນສິ່ງມະຫັດ ສະຈັນແຫ່ງໜຶ່ງໃນພູມີພາກອາຊີຕາເວັນອອກສ່ຽງໃຕ້. ແມ່ນ້ຳດັ່ງກ່າວນີ້ໄຫຼລອດຜ່ານຖໍ້າເຊື່ອມຕໍ່ໄປສູ່ແມ່ນ້ຳຂອງ, ຖໍ້ານີ້ມີຂະໜາດຄວາມຍາວບໍລິເວນທາງຍ່າງ ປະມານ 120 ແມັດ ແລະ ມີຄວາມກວ້າງປະມານ 200 ແມັດ.

ຖໍ້ານໍ້າລອດເຊບັ້ງໄຟມີສາຍນໍ້າເຊບັ້ງໄຟລອດພື້ນຖໍ້າຜາຫີນປູນມີຄວາມຍາວ 13.5 ກິໂລແມັດ, ຄວາມກວ້າງສະເລ່ຍ 76 ແມັດ ແລະ ສູງ 53 ແມັດ ເຊິ່ງເປັນຖໍ້າທີ່ກວ້າງໃຫ່ຍກວ່າໝູ່ໃນໂລກທີ່ມີນໍ້າໄຫຼຜ່ານ ແລະ ບາງບ່ອນພາຍໃນຖໍ້າມີ ຄວາມກວ້າງ 200 ແມັດ, ສູງ 120 ແມັດ ພາຍໃນຖໍ້າຊັ້ນນີ້ປະກອບມີຫ້ອງໂຖງທີ່ຈະນຳໄປສູ່ເຂດທີ່ເປັນລະບຽງ ທີ່ນັກທ່ອງທ່ຽວສາມາດເບິ່ງເຫນແສງສະຫວ່າງທີ່ສ່ອງເຂົ້າມາຈາກປາກຖໍ້າໂດຍກະທົບໃສ່ກັບນໍ້າສີຂຽວມໍລະກົດ ລວມທັງ ລວດລາຍຂອງຫີນຍ່ອຍເປັນຮູບຮ່າງຫຼາກຊະນິດທີ່ເປັນແສງສີເຫຼື້ອມລະຍິບລະຍັບຄ້າຍຄືກັບເພັດນິນຈິນດາທີ່ສວຍງາມ ແລະ ມະຫັດສະຈັນເມື່ອເວລາສະທ້ອນກັບແສງໄຟ, ແຕ່ສິ່ງທີ່ພົນເດັນ ແລະ ປະຈັກຕາກວ່າໝູ່ແມ່ນເສົາຫີນສີລາ, ຫີນງອກທີ່ຄ້າຍຄືຮູບໝາຫອນ ແລະ ໄຂ່ຂອງໃດໂນເສົາທີ່ວາງຢາຍຕາບໍລິເວນນັ້ນ.

 Nam Rot Se Bang fai 洞穴的石灰岩洞穴底部有一股 Se Bang fai (色帮派),长 13.5 公里,平均宽度 76 米,高 53 米,是世界上最大的洞穴洞内有流水,有的地方宽200米,高120米。洞内这一层有一个大厅,通向一个露台区,游客可以触摸绿水看到洞口发出的光。子石的物品形状各异,如同璀璨的钻石,在光线的反射下美丽而美妙,但最引人注目的是圣石的柱子,这块岩石看起来像一个形状的石头。狼和放置在该地区的恐龙蛋。

Previous Post Next Post
film-sfusion